ສອງຄືນເປັນສາມມື້,

ບໍ່ແມ່ນຫຼົບຫຼີກເວັ້ນ.....ເຫີນຫ່າງທາງໃດ...ດອກເດ
ມີແຕ່ຈຳເປັນທຳ........ວຽກງານການສ້າງ
ຫາເງິນມາຊູຄ້ຳ........ລາຍວັນໃຊ້ຈ່າຍ
ທັງຢຸກຢາເຂົ້ານ້ຳ.......ຈຳເປັນແທ້ທຸກຄາວ

ທຸກວັນອອກຈາກຫ້ອງ ..ກ່ອນໄກ່ຂັນເດິກ
ເດີນທາງໄກພໍຄວນ.......ຄ່ຳຈຶ່ງຄືນເຮືອນຢ້າວ
ພໍກິນແລງລົງແລ້ວ........ໜັງຕາດືງຈ່ອງ
ໃຫ້ຕາຫຼັບແຈບຈ້ອຍ......ຄາໝ້ອງບ່ອນທີວີ!!

ຄືນວັນສຸກຄ່ຳນັ້ນ.........ຫຼັບຍາກເຫຼືອຫຼາຍ
ຍ້ອນວ່າໃຈພວົງຄິດ.......ວຽກການງານນີ້
ວ່າຈະເປັນໄປໄດ້...........ດິບດີຄືຄິດ.....ບໍ່ເດ
ຫຼັບຕື່ນຝັນພ່ອງຢ້ານ.......ລືມຟື້ນຕື່ນທັນ...ເວລາແຫຼ້ວ.

ສາມວັນທີ່ຜ່ານພົ້ນ.........ພອຍພ່ອງດີໃຈ
ໄດ້ໝາກຜົນພໍຄວນ........ດັ່ງແຜນຜັງນັ້ນ
ລູກຄ້າດີໃຈດ້ວຍ...........ເຫັນຄືນມາຮ່ວມ
ຕຼາດນັດຄຶກຄື້ນ............ຄືດ້າມດັ່ງຫຼັງ...

ສອງຄືນ, ສາມວັນນີ້.......ອິດເມື່ອຍພໍຄວນ
ມັນຜ່ານໄປຄືວັນ...........ອື່ນໃດເຄີຍໄດ້
ພຽງແຕ່ເປັນການເຣີ້ມ......ປີການຄືນໃໝ່
ຫວັງຄົງ ພາຜ່ານຂວ້າມ....ປີນີ້ດັ່ງໃຈ..ແທ້ເນີ!