ຄືນ ຕັດສີນໃຈ...

ຄືນທີ່ມົວມືດຄື້ມ........... ຄຸ່ນຄິດສອງຈິດ
ຈະຢູ່ຮຽງເຮືອນຫໍ .........ຫ່າງຈອນໜີຈ້ອນ
ຫຼືຈະນອນທົນສູ້ ............ອົດສູຍາກຍິ່ງ
ຈະປ່ວງຕາຍດາບໜ້າ .......ຍັງແງ້ນຮ່ຳຮອນ

ເຫດການຜັນປ່ຽນປີ້ນ......ເປັນອື່ນອຸດົມການ
ຄຳທີ່ເຄີຍສັນຍາ............ຍົກໂຍນປານຄ້ອນ
ພາກັັນກັບແປປີ້ນ............ຄຳຕົນຕ້ານກ່າວ
ບໍ່ຫ່າວເຫັນເຫດຮ້າຍ........ຄອງເຄົ້າເສື່ອມເສັຍ

ພາກັນຫຼົງເຄີບເຄີ້ມ..........ຄອງຮີດແນວເຂົາ
ຮັກໝູ່ຄົນທາງໄກ...........ກວ່າພົງພັນເຊື້ອ
ເຂົາກ່າວຫຍັງພຽງຄັ້ງ......ຟັງຄວາມຄືນາຍສັ່ງ
ບາດວ່າສຽງຮຽກຮ້ອງ .....ລູງປ້າປ່າຍໜ້າໜີ

ຄືນທີ່ມົວມືດນັ້ນ............ນຳໝູ່ຄົນສນິດ
ມິດງຽບປານເມືອງຜີ........ຍ່າງລົງລອຍຂ້າມ
ຕັດສີນໃຈໄປໜ້າ............ຫຼຽວຫຼັງເອີ້ນສັ່ງ
ບ້ານເກີດເອີຍພໍ່ຂ້ອຍ........ຈົ່ງຄອຍມື້ຊິຕ່າວມາ...