ບໍມີແລ້ວຄວາມຮັກຈະມອບໃຫ້
ເພາະຫົວໃຈແຫຼກແຫຼວລວງລໍ້ກັນ
ໃຫ້ພວົງຫ່ວງຫາໃຫ້ຮັກກວ່າດວງຊີວັ
ແຕ່ແລ້ວມາລະພາກຈາກກັນຖິ້ມໄວ້!

ສຸດທານທົນທຸກປູກຮັກດ້ວຍຫວັງ
ຈະເດີນຮ່ວມທາງຊົ່ວຟ້າມະລາຍ
ມິນານຮັກຜັນຈືດຈາງໄປ
ປ່ອຍໃຈອ້າຍໃຫ້ຢູ່ກັບຄວາມຫຼັງ

ນ້ອງເພີດເພີນເດີນຫ້ວງເວຫາ
ເປັນດາຣາດອກຟ້າໂດ່ງດັງ
ສັງຄົມໃໝ່ນ້ອງຫຼົງໃຫຼໃຝ່ໄປເໝືອນດັ່ງ
ນົກນ້ອຍທີ່ລືມຄອນຫຼັງເກົ່າຄັ້ງເຄີຍມາ

ຍັງເຈັບຊ້ຳຣະກັມກວ່າໜາມປັກ
ມີແຜຮັກປັກແໜ້ນໃນອຸຣາ
ກວ່າປົວຫາຍມີໃຜຊ່ອຍກະຣຸນາ
ຈະມອບຊີວາຊົ່ວຟ້າມະລາຍ...
ສອງຄືນເປັນສາມມື້,

ບໍ່ແມ່ນຫຼົບຫຼີກເວັ້ນ.....ເຫີນຫ່າງທາງໃດ...ດອກເດ
ມີແຕ່ຈຳເປັນທຳ........ວຽກງານການສ້າງ
ຫາເງິນມາຊູຄ້ຳ........ລາຍວັນໃຊ້ຈ່າຍ
ທັງຢຸກຢາເຂົ້ານ້ຳ.......ຈຳເປັນແທ້ທຸກຄາວ

ທຸກວັນອອກຈາກຫ້ອງ ..ກ່ອນໄກ່ຂັນເດິກ
ເດີນທາງໄກພໍຄວນ.......ຄ່ຳຈຶ່ງຄືນເຮືອນຢ້າວ
ພໍກິນແລງລົງແລ້ວ........ໜັງຕາດືງຈ່ອງ
ໃຫ້ຕາຫຼັບແຈບຈ້ອຍ......ຄາໝ້ອງບ່ອນທີວີ!!

ຄືນວັນສຸກຄ່ຳນັ້ນ.........ຫຼັບຍາກເຫຼືອຫຼາຍ
ຍ້ອນວ່າໃຈພວົງຄິດ.......ວຽກການງານນີ້
ວ່າຈະເປັນໄປໄດ້...........ດິບດີຄືຄິດ.....ບໍ່ເດ
ຫຼັບຕື່ນຝັນພ່ອງຢ້ານ.......ລືມຟື້ນຕື່ນທັນ...ເວລາແຫຼ້ວ.

ສາມວັນທີ່ຜ່ານພົ້ນ.........ພອຍພ່ອງດີໃຈ
ໄດ້ໝາກຜົນພໍຄວນ........ດັ່ງແຜນຜັງນັ້ນ
ລູກຄ້າດີໃຈດ້ວຍ...........ເຫັນຄືນມາຮ່ວມ
ຕຼາດນັດຄຶກຄື້ນ............ຄືດ້າມດັ່ງຫຼັງ...

ສອງຄືນ, ສາມວັນນີ້.......ອິດເມື່ອຍພໍຄວນ
ມັນຜ່ານໄປຄືວັນ...........ອື່ນໃດເຄີຍໄດ້
ພຽງແຕ່ເປັນການເຣີ້ມ......ປີການຄືນໃໝ່
ຫວັງຄົງ ພາຜ່ານຂວ້າມ....ປີນີ້ດັ່ງໃຈ..ແທ້ເນີ!
ເຮີຍໆ ໂຕເມົາພິສັງ?

ກັນຊາ, ເຫຼົ້າ ຫຼື ເມົາຮັກ?
ເມົາເອໂກ ໂຕເອງ ປານ ນາກຊິສມ໌?
ຫຼືເມົາພິດຢາບ້ານ້ຳມ່າ...ຜັກ?

ເຮີຍໂຕເມົາຫຍັງກັນແທ້?
ຄືຫົວແຖທຸກວັນປານວ່າມັນໜັກ
ດ້ວຍຂີ້ກົ່ວ, ຂີ້ເຫຼັກ, ຂີ້ເລື່ອຍ
ຫຼືໂຕເມື່ອຍສຳປະທານເອົາໜານຜັກ?

ໂອ...ໂຕເມື່ອຍນຳຊາວບ້ານ
ທີ່ຈົ່ມວ່າການຫາກິນຍາກ
ບໍ່ມີໄຮ່ມີນາທີ່ຖືກໝາຍປັກ
ຖືກລັກຢ່າງໜ້າດ້ານທຸກບ້ານເລີຍ?

ບໍ່ແມ່ນຕິເນາະແນວນີ້
ເພາະໂຕມີອຳນາດສູງຍິ່ງນັກ
ສາວນ້ອຍໃຫຍ່ໃຫ້ໂຕສຽບປານມີດໃນຝັກ
ໂຕຄົງເມົາອຳນາດຮັກຮັກໂຕເອງເພັງພວກພັກ!
ຈຶ່ງເມົາໜັກຫຼັກສີນທັມຕ່ຳກວ່າສູ

ເມົາບໍ່ເປີດບໍ່ໜ່າຍມັນງ່າຍຂົ່ມ
ຖົມກົດໝາຍທີ່ໄດ້ຮ່າງສ້າງອະທິປະໄ
ເພື່ອຮັບໃຊ້ອຸດົມການດ່ານຄົນໄກ
ເຂົາບົ່ງບອກຈຸດປະສົງທີ່ເຂົາຢາກໄດ້
ໂຕກະໂງຫົວຂື້ນບໍ່ໄຫວຍ້ອນເງື່ອນໄຂຂອງຣີດເມົາ!!!.
ຄ້າຍດອກຄູນ

ຄ້າຍດອກຄູນ

ຈັ່ງແມ່ນເປັນດອກຄ້າຍ........ຄືດັ່່ງດອກຄູນເດ
ເຫຼືອງປ່ອຍຫຼ່ອຍຍອຍຍາວ.....ດັ່ງຜົມເປັຍນາງນີ້
ງາມບໍມີບ່ອນຕ້ອງ..............ຕິແນວໃດຈັກຢ່າງ
ປຽບດັ່ງດວງດອກແກ້ວ.........ຄູນບ້ານອີ່ແມ່ເຮົາ

ຍາມເຫັນໃຈຄ່່ຳຄ້ອຍ..........ຍອຍຢັັ່ງຢັງເຖິງຈິດ
ຕາຫຼັບໄປໃຝ່ຄິດ...............ໄຄ່ຄນືງເຖິງຮວງຫ້າວ
ໝາກຄູນກໍມີນ້ຳ................ຫວານໆຊອນຢູ່ກາບ
ຍາມແມ່ຄ້ຽວໝາກຫັນ........ແກ່ນຄູນຫຍ້ຳ ພ່ຳກັນ...
Lubię to! ·  · Wstrz
ຄືນ ຕັດສີນໃຈ...

ຄືນທີ່ມົວມືດຄື້ມ........... ຄຸ່ນຄິດສອງຈິດ
ຈະຢູ່ຮຽງເຮືອນຫໍ .........ຫ່າງຈອນໜີຈ້ອນ
ຫຼືຈະນອນທົນສູ້ ............ອົດສູຍາກຍິ່ງ
ຈະປ່ວງຕາຍດາບໜ້າ .......ຍັງແງ້ນຮ່ຳຮອນ

ເຫດການຜັນປ່ຽນປີ້ນ......ເປັນອື່ນອຸດົມການ
ຄຳທີ່ເຄີຍສັນຍາ............ຍົກໂຍນປານຄ້ອນ
ພາກັັນກັບແປປີ້ນ............ຄຳຕົນຕ້ານກ່າວ
ບໍ່ຫ່າວເຫັນເຫດຮ້າຍ........ຄອງເຄົ້າເສື່ອມເສັຍ

ພາກັນຫຼົງເຄີບເຄີ້ມ..........ຄອງຮີດແນວເຂົາ
ຮັກໝູ່ຄົນທາງໄກ...........ກວ່າພົງພັນເຊື້ອ
ເຂົາກ່າວຫຍັງພຽງຄັ້ງ......ຟັງຄວາມຄືນາຍສັ່ງ
ບາດວ່າສຽງຮຽກຮ້ອງ .....ລູງປ້າປ່າຍໜ້າໜີ

ຄືນທີ່ມົວມືດນັ້ນ............ນຳໝູ່ຄົນສນິດ
ມິດງຽບປານເມືອງຜີ........ຍ່າງລົງລອຍຂ້າມ
ຕັດສີນໃຈໄປໜ້າ............ຫຼຽວຫຼັງເອີ້ນສັ່ງ
ບ້ານເກີດເອີຍພໍ່ຂ້ອຍ........ຈົ່ງຄອຍມື້ຊິຕ່າວມາ...