ຫາກຈະຖອດຄວາມແບບລາວໆເຮົາກໍຄວນເອົາແບບວ່າ 
,,ອັນວ່າເປັນຍິງນີ້ໃຫ້ທຳນຽມຄືນົກເຈົ່າ
ຍາມເມື່ອບິນຜ່ານຜ້າຍໃຫ້ຂາວແຈ້ງດັ່ງນົກຍາງ.``

ແຕ່ຖ້ອຍຄຳທັງເໝິດຫັ້ນພໍແກະໄດ້ດັ່ງນີນ້ອງວັນນະສອນ:

,,ຄ່າຄວາມເປັນຜູ່ຍິງນັ້ນ ຫາຊິແມ່ນຕາງາມຂຳ
ຫຼືແຜ່ນຜິວຄິງບາງ ຮ່າງອໍຣະຊອນນັນ
ຫຼືເນື້ອໜັງກົມກ້ຽງຜີວພັນຂາວຜ່ອງ ດອກໜາ
ແຕ່ຫາກແນວອື່ນພຸ້ນຂຶງຄ້ຳຜູ່ເຫັນ

ຄວາມເປັນສຕຣີກໍ ຄືງາມແຫ່ງຈິດໃຈ, 
ຄວາມອ່ອນໂຍນ, ອຸ່ນອົບອາຍໃຫ້
ຄວາມເຂົ້າອົກເຂົ້າໃຈພ້ອມຜາຍສີໃສສງ່າ
ມີທັກສະພຽບພ້ອມຍາມຢູ່ໃກ້ມິ່ງສມອນ ເຈ້າເອີຍ.
ປີໃໝ່ມາຮອດແລ້ວ.......ເອົາຫຍັງແນ່ມານຳ
ຫຼືວ່າມາຄືເຮົາ................ຫວ່າງລົງມາກ້ຳ
ດິນແດນກວ້າງ..............ປັຖພີໂລກລຸ່ມ
ມີແຕ່ໂຕຂໍ້ຫຼໍ້..................ທັງຫົວກໍ້ຂາດຜົມ

ຫວັງວ່າເຣີ້ມປີນີ້..............ສຸຂີຈົ່ງນຳທາງ
ບຸກເບີກເບີຍນຳໄປ...........ສູ່ຈຸດໝາຍນັ້ນ
ທຸກແຂນງແນວສ້າງ..........ໃຫ້ເຫັນຜົນໝາຍມຸ່ງ
ຢ່າມີເວນຈ່ອງທ້າຍ............ເຮືອຫຼົ້ມຫວ່າງແປວ...ເທາະໜາ.

ໃຫ້ຍາດມິດພີ່ນ້ອງ...............ຈິດພ່ອງເຫັນໄກ
ຂໍຮ່ຳຮອນຄນຶງຄິດ...............ສູ່ແນວໃຫ້ຖັນຖ້ວນ
ຄວາມຜິດຫວັງຄາວກີ້...........ຢ່າຄືນມີອີກໃໝ່
ຂໍປີຈົ່ງຊອຍຊວ້ານ...............ທຸກຄົນໄດ້ດັ່ງໝາຍ

ຄວາມຫຼັງໄລລະຖິ້ມ..................ຂົມຂື່ນຂິນຫູ
ຂໍຈົ່ງເຫັນແສງສີ....................ສິ່ງງາມໃນທ້ອງ
ພາຍລຸ່ມຟ້າ...........................ຄືສຸຣິຍາຍາມຄ່ຳ
ຂໍໂທດ-ອະໄພຈົ່ງໃຫ້.................ກັນໄວ້ກ່ອນຕາຍ...ຫັ້ນແຫຼ້ວ!
ຕອນນີ້ກຳລັງສລຸບຜົນຊື້ຜົນຂາຍປີກາຍເພື່ອເຣີ້ມຕົ້ນປີຂອງການທຳມາຄ້າຂາຍແຕ່ອົດໃຈບໍ່ໄດ້ມາແວະອ່ານຂ່າວອ່ານກອນ!

ຄິດເຫັນແທ້ຄາວກ່ອນກີ້......ຈັບກະບອງລົງທ່າ
ກົບຂຽດໂມ້.....................ຜ່າງຈູ້ມຊຸມລີ້ຢູ່ກ້ອງໃບ

ມີໃບຖົ່ວໃບມັນພ້ອມ..........ງູກໍຊອມຈອບຂຽດ
ຈັ່ງແມ່ນເວນແທ້ໆ.............ໂຕຂຽດຝັ່ງຂອງ

ຕົກມາໃນດຽວນີ້................ຮູ້ຂ່າວແສນສລົດ
ແມ່ນແຕ່ສຽງຂັບຂານ..........ຂຽດຫາຍເສັຍສິ້ນ
ທັງຄັນຄາກ......................ເຄີຍຄອງບ້ານບ່ອນ
ໃຜກະປະປ່ອຍໃຫ້...............ມັນໄດ້ຢູ່ສະບາຍ

ຕົກມາຮອດມືນີ ...............ຫາຍາກຄັນຄາກເອີຍ
ພາກັນຈັບ......................ໃສ່ກະເປົ່າສົ່ງໄປທາງພຸ້ນ
ແຖວທາງກ້ຳ...................ສາຍພູຫຼວງແດນຫ່າງ
ຄັນຄາກໄຫ້.....................ຍາມຂ້ອຍຍ່າງກາຍ!!!

ຮອດບໍເຫັນຮອຍໃຫ້..........ພໍສາຍຕາໄດ້ເບີ່ງ
ສັງມາເຈັບແສບແທ້..........ເຂັນຂ້ອນຂອດຊວງ..ເຈົ້າເອີຍ.

ອັນວ່າແກງໜໍ່ໄມ້.............ຕຳໝາກຫຸ່ງຍາມມາ
ກິນມື້ສອງສາມທີ.............ບໍ່ເບື່ອເລີຍພໍດີ້
ຄາວກ່ອນອາວຖາມຂ້ອຍ....ຢາກເຊິນກິນເຂົ້າຄ່ຳ
ແຕ່ບໍ່ຮູ້ວ່າຫຼານຜູ່ນ້ອຍ.......ຊິເອົາຫຍັງຕ້ອນຈັ່ງຊິສົມ

ບາດວ່າຫຼານຕອບແລ້ວ......ອາວຫ່າວດີໃຈ
ຄັນວ່າຄືໄທເຮົາ...............ບໍ່ແຄງຄາຍເບື້ອງ
ກິນເອາະໄກ້...................ກິນແກງຈຸດຈີ່.ອາວເອີຍ
ຫາກແມ່ນຜຳຜ່ອງໄດ້........ໃຈຫຼານປືມປາບເຫຼືອ...ແທ້ແຫຼ້ວ.