ບາງຄົນນໍ...

ບາງຄົນຫາກພົບພໍ້............ພອນແຫ່ງຊີວິດ
ປານກັບໜູຕົກໄຫ..............ໄຖ່ເຕັມຮວງເຂົ້າ
ແສນວ່າ ສຸຂສະບາຍແມ້ງ.....ມິເຄືອງແຄນແຄ້ນຄັ່ງ
ແສວງຫາສືບສ້າງ...............ກັມເບື້ອງບ່ອນດີ

ກໍຫາກ ມີບ່ອນແມ້ງ..........ຂົນແຄ່ງຂຶງຂາ
ເຫັນຜູ່ ຈົນທົນທຸກ ............ຄ່າຄົນແສນດ້ອຍ
ດິນດາກຕິດໂງແງ້ນ...........ຫົວຫອນປານໄກ່
ໂອ້ອວດຂັນເອກອ້າງ...........ໂຮມເຮົ້າຊັພສີນ

ບາງຄົນ ທົນທຸກສູ້..............ຢາດເຫື່ອຄືນວັນ
ກໍບໍ່ເງີຍຄໍເຫັນ...................ຮອດດາວທີ່ໃສແຈ້ງ
ມີແຕ່....ງອມແງມກົ້ມ........ຫາກິນເຊົ້າຄ່ຳ
ໃສເດທັມທ່ຽວແທ້...............ມີໃຫ້ເບີ່ງເຫັນ...ແນ່ບໍ?
ນ້ຳ...

ຈຳເປັນຫຼາຍເພື່ອລ້ຽງ  ...ຊູຊີພຍືນຍາວ
ມີພໍພຽງບັນເທົາ............ທົ່ງນາແນວໄມ້
ທັງສັດສາເສືອຊ້າງ.........ຊຳເຊສາຍຮ່ອງ
ປາບູ່ທອງຂຽດໂມ້...........ກໍຫານ້ຳດັ່ງກັນ

ໃນສາຍທາຣສາຍຫ້ວຍ...ນ້ຳປ່າປູປາ
ເຂົ້າໃນນາຂຽວງາມ.......ງອກເງີຍຄວນປ້ານ
ຕັນທາງກັນນ້ຳ...............ເກັບຂັງນ້ຳອັ່ງ
ຫາກນ້ຳພັງເຂດປັ້ນ         ຄັນນາແລ້ວລ່ອງໄປ

ນ້ຳຂອງກໍຫາກແລ້ງ.......ຍາມຂາດຣະດູຝົນ
ປາເລີມເລີຍຂັດສົນ........ຊາດຕົນແສນໄຮ້
ຍ້ອນຫິນໃນຂອງນ້ຳ.....ເຂົາທຳລາຍມ້າງມຸ່ນ
ຍາມນ້ຳນອງຫຼັ່ງລົ້ນ......ເລີຍຖ້ວມທົ່ວເມືອງ

ນ້ຳນ້ຳນ້ຳຍາມມາກ.....ມາເຖິງ
ມັນກໍໄຫຼເລິງໄປ...........ທົ່ວແດນດິນເບື້ອງ
ແສນເຄືອງຄ້ອຍ..........ຍາມປອຍກ້າລ່ອງ
ນ້ຳເຂົ້າຄອງເຂດບ້ານ....ຫາດິນຊົ້ນກະບໍ່ມີ

ມີແຕ່ນ້ຳແລະນ້ຳ........ເຕັມປ່າເຕັມດົງ
ບໍ່ມີພົງໄພສານ...........ເຊືອບຊືມດື່ມຈັກດີ້
ມັນກໍເລີຍໄຫຼຖ້ວມ.......ຫົວຄົນຈ້າຊົ່ວ
ປົວແປງຖົງແລະສົ້ງ......ບາດຂົງບ້ານປ່າບໍ່ມີ...

ນ້ຳກະເລີຍມາຖ້ວມຫົວເພີ່ນສາ...
ຢ່າໃຫ້ຊ້ຳຮອຍເດີມ,
ເປັນຊື່ເພງຂອງອາຈານຄຳຫຼ້າ ໜໍ່ແກ້ວ
ຂໍຢືມມາເປັນຫົວຂໍ້ເຣືອງລ້າໆ..

ຫາກຝັນຮ້າຍພົ້ນຜ່ານໄປ
ເໝືອນຟ້າຫຼັງຝົນເຝື້ອຫາຍກາຍເວັ້
ອາກາດປ່ຽນສີສັນສາຍລົມເຢັນ
ຫົວໃຈເຣີ້ມຄືກເຕັ້ນດຸດກໍຫຍ້າຊີ້ງ່າງາມ

ປວັດສາດພາດພັ້ງໄປມາຍມາກ
ແມ່ນໃຜຫາກຮູ້ແສບເຈັບຊ້ຳ
ກໍອາຈປ່ຽນແປໄປແກ້ໄຂຕາມ
ເງື່ອນໄຂທີ່ຊີ້ນຳບໍ່ໃຫ້ຊ້ຳຮອຍເດີມ.

ຄົນໄກບ້ານ

ຍັງມີຄົນພາກບ້ານ              ໄປຕ່າງດິນແດນ
ໄປຢູ່ໄກແກມເຂົາ                 ເຜົ່າຫຼາຍພັນເຊື້ອ
ປະເພນີຮີດເຄົ້າ                    ຂອງເຂົາແສນຕ່າງ
ວັທນະທັມຄ່ຽນເຂົ້້າ               ກັນໄດ້ຢູ່ຄຽງ

ຈຳຈອນພັດພາກບ້ານ          ແດນເກີດຂອງຕົນ
ຄືຄົນພອຍຜານຮັກ              ຈາກໄລລາສ້ຽງ
ເຮືອນຖຽງນາຜືນນ້ອຍ          ຍອຍໄຮຮິມທ່າ
ປ່າດົງດອນບ່ອນແດດຮ້ອນ  ກໍແຮມຮ້າງຫ່າງໄກ

ກາຍເປັນຄືກົກໄມ້                  ໄກຝັ່ງແຄມຂອງ
ບໍ່ມີລົມແລງໄຫຼ                       ພັດເຊີຍຮຽວໄຄ້
ຍັງພຽງຄຳຂົມຂຸ້ນ                   ຂັງໃຈຄິດຄ້ອຍຄ່ຳ
ແສບປວດເຫຼືອຮ່ຳຮູ້              ຫາເບື້ອງບ່ອນຊິຄືນ   ບໍ່ມີແຫຼ້ວ

ວັນຍັ່ງຄືນເຂັນແຄ້ນ              ແໜ້ນອັ່ງໃນອົກ
ດຸດດັ່ງກົກສີດາ                       ຮາກງອຍຮິມພື້ນ
ຍາມໃດຟອງເຟືອນຟາດ       ດິນເພຈາດເຈື່ອນ
ກໍຄົງມ້ວຍມອດມ້ວນ              ລົງນ້ຳແມ່ນະທີ  ຫັ້ນແຫຼ້ວ.
ກ່ອນນອນ ກ່ອນເຂົ້າບ່ອນຫາໝອນໝູນ
ປ່ອຍຄວາມຂຸ່ນຂ້ອງໝອງໃຈໄວ້-
ນຳມື້ທີ່ກຳລັງຈະຈາກໄປ
ເກັບຄວາມຫວັງອັນດີຫາວັນໃໝ່ໄວ້ເປັນແຮງ

ກ່ອນລົ້ມຫົວລົງນອນຖອດຖອນໃຈ
ປ່ອຍຈິດໃຫ້ປອດໂປ່ງກ່ອນດັບແສງ-
ຕະກຽງພຶມພຳສຽງບອກຕົນຄຳແພງ
ເຈົ້າຈະຢືນລຳແຄ່ງສູ້ຕໍ່ໄປ

ຟ້າອາຈເສົ້າແດດອາຈລົນເຜົາຜານ
ອຸດົມການແລະສັທທາທີ່ຝັນໃຝ່
ພຽງແຕ່ເຈົ້າປັນຕົນຕົນເອງຈົ່ງໝັ້ນໃຈ
ແລະຕາມໄປໃນແນວທາງ

ແລ້ວເດິນດຸ່ງຈົດຈອດຮອດແນ່ແທ້
ທາງທີ່ແນແນ່ວແນ່ແມ່ນແຈທ້າງ
ຈົ່ງຖືທ້າຍຢ່າໄດ້ແປປ່ຽນທີດທາງ
ຄວາມມຸ່ງຫວັງກ່ອນເຂົ້າບ່ອນນອນນັ້ນ.

ກ່ອນນອນຄືນໃດຄືນໜື່ງ.

ເອ້...

          ເຮົາເກີດມາເປືອຍເປົ່າ.....................ປານນ້ຳໃສ
          ພໍ່ແມ່ເອ້ເຮົາແຕ່ນ້ອຍໃຫຍ່ມາ.........ດ້ວຍອາພອນ
          ຈິດແຕ່ງດ້ວຍທັມມະ........................ແລະຄຳສອນ
          ທຸກບັ້ນຕອນຂອງຊີວິດ.....................ຕາມທິດທາງ

          ເຮົາໃຫຍ່ກ້າຂາແຄ່ງ.........................ແຂງຂັນສູ້
          ຂວາກໜາມໜາທຸກລູ່.....................ຫຼີກຫ່າງ
          ເອ້ອາພອນເພດນິນ.........................ເກສອນເຮືອນຮ່າງ
          ເໝືອນກັບສິ່ງອຳພາງ......................ເພື່ອເອ້ອວດກັນ

          ອີກຄົນພອຍເອ້ດ້ວຍ........................ດວງຈິດ
          ທົ່ວສາຣະທີດເໜືອນ້ຳ-....................ລຳທາຣ
          ຜ່ານຜ່າໄຟຜີກພົ້ນ..........................ຄົນກ່າວຂານ
          ທຸກເຂດບ້ານເຂົານັ້ນ.......................ຜ່ານຜ່າກາຍ

          ເອ້ດ້ວຍໃຈແຜ່ອອກ.........................ດຸດດອກດູ່
          ໃບບໍ່ຂຸເປືອກບໍ່ແຕກ........................ອາຍຸຂັຍ
          ດູ່ດົງດອນເອ້ໄດ້ງາມ.........................ປ່າສູງໃຫຍ່
          ເອ້ດ້ວຍໃຈເອ້ດ້ວຍໄມ້...................... ໃຫ້ເອ້ໄວ້ໄດ້ດັ່ງຝັນ..

          (ເປັນພຽງຮ່າງທີ່ເອ້!!!ແນ່ນອນຕ້ອງປ່ຽນແປ).ຍັງບໍ່ແລ້ວ.

ແລ່ນ...

            ເຄີຍລຸກເດິກແຕ່ກີ້.. ...      ..ກ່ອນໄກ່
            ຄາວຍັງໜຸ່ມຫົວໃຈ.......... ຊອບແທ່້
            ຝືກຝົນຮ່າງຄິງໃຫ້........... .ເປັ່ງປັ່ງ
            ໝູ່ຄຽງຂ້າງບໍ່ແພ້..............ແລ່ນຫັນ

            ເຫັນຊາວເມືອງຍ່າງພ້ອມ..ຫຼານເຫຼັນ
            ອອກກຳລັງຍາມເຢັນ.........ຢ່າງນັ້ນ

            ສຽງແຊວເນືອງນັນເປັນ.....ປູ້ມກຸ່ມ
            ຊຸມເຖົ້າກໍຍ່າງໝັ້ນ..........    ມຸ່ງເຖິງ...ຈຸດໝາຍ

            ອອກກຳລັງກາຍແລ້ວ........ລົງອາບ
            ນຳສາຍເຊອຸ່ນຊາບ-...........ຊື່ນເຖິງ
            ຫົວໃຈໄຂແຂກາບ.............ກິ່ນອາຍ

            ປົດປ່ອຍໄປສູ່ເວີງ...............ແມ່ຂອງ

            ຄືນເຄຫັງເຮືອນຫ້ອງ........ຫ້າງຫາ

            ປືມສໍລົງເຮືອນລາ.............ໄລຫ້ອງ
            ສຸຣີສູງສອດຟ້າ.................ຟ້າວແລ່ນ

            ແຂນຈັບປື້ມໂອ່ຮ້ອງ..........ຮຽກສຫາຍ

            ເວລາຟ້າວລຸລ່ວງ..............ເລີຍລັບ
            ເຄີຍແລ່ນໄວທັງນັບ...........ແນບໄວ້
            ວ່າເຖິງຂັ້ນຣະດັບ..............ໃດທໍ່່-
            ໃຜກໍຢາກແລ່ນໃຫ້..........ທຽມເທົ່າລື່ນເຂົາ.


                                                            ຂາເຕົ່າ.
                                                                                ເອ້ ອັກສອນ, ໐໕.໐໕.໒໐໑໓.

ກ ໂຕ ກ.

                 ອັກສອນໂຕທຳອິດ......        ທີ່ເຮົາຮູ້ຍາມຮຽນ
                 ກະແມ່ນໂຕ,,ກ,,ເຮົາຂຽນ.....ກ່ອນໝູ່ງູງ້ຽວ
                 ຮາກ`ກໍ`ຫົວ`ກໍ`ກໍ້ຍາກ..............ສໍຂາວຂຸຜ່ອຍ
                 ຂຽນແລ້ວລືບລືບແລ້ວຂຽນ...ກໍຈື່ງກ້ຽວມາໄດ້ດັ່ງໃຈ

                  ກະດານດຳສໍກ້ານ.................ສໍຂາວໃສ່ໃນຖົງ
                  ປົງປະຍາມສຽງນັນ................ກະແຫຼ່ງດັງແຮງໃຫ້
                  ພາກັນແຊວໆຮ້ອງ...............ອອກຫ້ອງຮຽນລົງເດີ່ນ
                  ໂຕຜູ່ຂຽນບໍ່ແລ້ວ..................ເລີຍໄດ້ນັ່ງຝືກ....ຕໍ່ໄປ

                  ກ ກັບກາຍມາກ້ຽວ...............ເປັນກົກກອນກ້ຽວກອດ
                  ກະດານດຳຖອດຖື................ໃສ່ຖົງຍາມໄດ້
                  ກັບຄືນບ້ານ.........................ເຮືອນຊານຍາມຄ່ຳ
                  ພໍ່ໄຕ່ຖາມວ່າໄດ້....................ຮຽນຫຍັງເປັນແລ້ວແນ່ບໍ?

                  ຢາກຈະໂອ້ອວດແທ້..............ນຳພໍ່ແຕ່ຂັດສົນ
                  ແນວວ່າຈົນໃຈເຫຼືອ...............ຂຽນ ,,ກ,,ບໍ່ເປັນກໍ໊
                  ພໍ່ຈັບມືເຮົາໃຫ້......................ຂຽນໂຕ ກ ງ່າຍໆ
                  ຄຣູບໍ່ພາຂີດແຕ້ມ.................ຂຽນຖ້ອຍຊ່ອຍດີ

                  ຕົກມາຮອດບາດນີ້.................ຂຽນໂຕ ກ ຖ ຖືກ
                  ຫົວບໍ່ປືກໜາເຫຼືອ..................ດັ່ງເມື່ອຄືຄາວກີ້
                  ທັງຍັງຮຽນຂຽນຂໍ້....................ຄຳຂົມອາຣົມປ່ຽວ
                  ຫຼຽວເຫັນ ,,ກ,,ກໍຫາກແຍ້ມ.....ຍາມຫຼານນ້ອຍແອບຂຽນ..ຫັ້ນໜາ.

                                                                             ຂາເຕົ່າ.
                                                                             ຫຼັງມ່ານໄມ້ໄຜ່, 04.05.2013.

ລົມແລງແສງກະບອງ


                      ຄາວຄ່ຳແລງລົງຄ້ອຍ......ຕາເວັນຈາກຈອນໜີ                      

                      ພາກັນລົງແຄມຂອງ.......ຄົ່ວກົບທັງຂຽດ
                      ເອົາກະບອງມາໄຕ້.........ເຍືອງທາງເລາະຍ່າງ


                      ຫາຍາດຂຽດອີ່ໂມ້.........ນຳງູງ້ຽວປ່າຖົ່ວຂຽວ

                      ສາຍຂອງຫຼືກໍໄຫຼເອື້ອນ....ຟອງບໍ່ເກື່ອນຮິມຂອງ
                      ມັນໄຫຼນອງມິດໆ............ສູ່ຄອນສຸດລ້ຽວ
                      ມັນທັ່ງເທພຽງພື້ນ............ໃສເຢັນເຊົ້າຄ່ຳ
                      ແສງກະບອງຄ່ຳນີ້............ຂອງແຍ້ມຕອບແສງ

                      ເປັນວິຖີຊີວິດຂ້ອຍ...........ຄາວກ່ອນປາງຫຼັງ
                      ຍັງເຍືອງຍອງໃນໃຈ.........ບໍ່ເຫີຍຫາຍແລ້ງ

                      ແສງກະບອງເຄີຍໄຕ້........ກິ່ນມັນຫາຍແລ້ວລະພີ່

                      ຈາກຮູດັງດັ່ງເກົ່າກີ້..........ຍັງພຽງຂ້ອຍທີ່ຄິດຫວນ...ລະນາ.

                       ສາຍລົມພັດແຜ່ວຂື້ນ.......ກະທືນຢູ່ຮິມຂອງ
                       ສຽງຄນອງຝູງເຈັຍ..........ແສ່ວກິນກະທືນມ້ວນ
                        ທັງດອກງາມທັງໝາກ .......ພາກັນກິນບໍ່ຈົ່ງ
                        ພວກເຮົາໂຄ້ງສູ່ບ້ານ ........ກົບນ້ອຍຂ້ອງເຕັມ.
             
                                                                ເອ້  ອັກສອນ: ໐໓.໐໕.໒໐໑໓
                                                                 ຂາເຕົ່າ.